ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ລົງ​ຕິດຕາມ​
ການຈັດຕັ້ງ​ປະຕິບັດ
2 ວາລະ​ແຫ່ງ​ຊາດ


   ວັນ​ທີ 13 ມີນາ 2023 ນີ້,​ ສະຫາຍ ​ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ລົງ ​ ຕິດຕາມກວດກາ ແລະ ຊຸກຍູ້​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດຢູ່​ກອງ​ພົນ​ທີ2 , ມີ​ສະຫາຍ​ພົນ​ຈັດຕະວາ ບຸນ​ຍົງ ດາ​ດົງ​ໄຊ ຮອງ​ປະທານ​ສານ​ປະຊາຊົນ ປະທານ​ສານ​ທະຫານ​ຂັ້ນ​ສູງພ້ອມ​ດ້ວຍ​ຄະນະ, ມີຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ, ຄະນະ​ຫ້ອງ, ພະແນກການ, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ກອງ ພັນ​ນ້ອຍ, ກອງຮ້ອຍ ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ.

   ໃນ​ໂອກາດ​ດັ່ງກ່າວ ສະຫາຍ​ພົນ​ຈັດຕະວາ ວຽງ​ແກ້ວ ສີ​ສຸ​ລາດ ຫົວໜ້າ​ການເມືອງ​ກອງ​ພົນ​ທີ2 ໄດ້​ຂຶ້ນ​ລາຍ​ງານ​ສະພາບ​ໂດຍ​ຫຍໍ້ ໃນ​ການຈັດຕັ້ງ​ປະຕິ ບັດ 2 ວາລະ​ແຫ່ງ​ຊາດ ໃນ​ໄລຍະ​ທີ່​ຜ່ານ​ມາ . ຈາກ​ນັ້ນ, ສະຫາຍ​ພົນ​ຕີ ຈັນ​ທອງ ສອນ​ຕະອາດ ກໍ​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ ເຊິ່ງ​ກ່ອນ​ອື່ນ​ສະຫາຍ​ໄດ້​ສະແດງ​ຄວາມ ຍ້ອງ ຍໍ​ຊົມເຊີຍ​ຕໍ່​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ພ້ອມ​ກັນ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ກອງທັບ ແລະ ຂອງ​ກົມ​ກອງ, ພ້ອມ​ກັນປະກອບສ່ວນ ​ ຕັ້ງໜ້າ​ ເຂົ້າ​ໃນຜົນງານ​ລວມ​ຂອງ​ຊາດ, ຂອງ​ກອງທັບ ແລະ ສ້າງ​ກົມ​ກອງ​ໃຫ້ໜັກ​ແໜ້ນ​ເຂັ້ມແຂງ ໂດຍ​ສະເພາະ​ແມ່ນ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ ​ ຊາດ ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ການ​ເງິນ ແລະ ສະກັດ​ກັ້ນ​ປາກົດການ​ຫຍໍ້ທໍ້​ບັນຫາຢາ​ເສບ​ຕິດ ພ້ອມ​ທັງ​ຮຽກຮ້ອງໃຫ້​ຄະນະ​ພັກ-ຄະ ນະ​ບັນຊາ ແຕ່ລະ​ຂັ້ນເອົາໃຈໃສ່​ໃນ​ການ​ສຶກ​ສາອົບຮົມ​ ການເມືອງ-ແນວ​ຄິດ ຂອງ​ພະນັກງານ-ນັກຮົບ ໃຫ້​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ ມີ​ຄຸນສົມບັດ ​ ສິນ​ທຳ​ປະຕິວັດ, ຕັ້ງໜ້າ​ຄົ້ນ​ຄວ້າ​ຮ່ຳຮຽນ ກຳ​ແໜ້ນ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ກົດໝາຍ​ຂອງລັດ,  ເຊື່ອມ​ຊຶມ ແລະ ກຳ​ແໜ້ນ​ທິດ​ທາງ​ວຽກ​ງານ​ປ້ອງ ​ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ; ເສີມ​ຂະຫຍາຍ​ມູນເຊື້ອເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ດຸໝັ່ນ ​ປະຢັດ​ມັດ ທະຍັດ, ຍູ້​ແຮງ​ການ​ເພີ່ມ​ພູນ​ປູກຝັງ-ລ້ຽງສັດ, ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່ ຂອງ​ກົມ​ກອງ​ໃຫ້​ນັບ​ມື້​ດີ​ຂຶ້ນ, ຫັນ​ເອົາ​ເນື້ອ​ໃນ​ຈິດໃຈ 4 ໜ້າທີ່​ ໃຫຍ່ 26 ແຜນ​ງານ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ ປະເທດ​ໃຫ້​ເປັນ​ອັນ​ລະອຽດ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສເຂັ້ມແຂງໜັກ​ແໜ້ນ ແລະ ກົມ ​ກອງ 3 ປອດ, ສ້າງ​ກົມ​ກອງ-ນັກຮົບ​ວັດທະນະທຳ, ສາມາດ​ຕ້ານ ແລະ ສະກັດ​ກັ້ນ​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ໃນ​ຖັນ​ແຖວ​ກອງທັບ​ໃຫ້​ໝົດ​ໄປ.

ແຫຼ່ງທີ່ມາ:ຄຳ​ຮັກ ໄຊ​ວັນ​ທອນ
ວັນທີ 15/03/2023